ຍີນດີຕ້ອນຮັບສູ່ຄຣີນິກຂອງ ດຣ ເຊຍ ບົວປາວ.
ຢາກມີສຸຂະພາບດີ - ຊີວິດຍືນຍາວຕ້ອງ:
ຮູ້ຮັກສາສຸຂະພາບເປັນປະຈໍາ
ການຕິດຕາມສຸຂະພາບເປັນປະຈໍາ
ກວດພະຍາດ ແລະ ໃຫ້ການປີ່ນປົວແຕ່ເບື້ອງຕົ້ນຫາກມີການເຈັບ.
ຢາກໄດ້ຄໍາປຶກສາ ສາມາດນັດພົບທ່ານໝໍໄດ້:
ກ່ຽວກັບພວກເຮົາ
ພວກເຮົາຫ່ວງໃຍສຸຂະພາບທ່ານ, ໃສ່ໃຈໃຫ້ການບໍລິການດ້ວຍຄວາມຮູ້ທາງການແພດທີ່ມີປະສົບການ, ດ້ວຍວິທະຍາສາດ ແລະ ເຕັກນິກການແພດທັນສະໄໝທີ່ໄດ້ມາດຕະຖານ. ທ່ານຈະໄດ້ຮັບການບໍລິການທີ່ເປັນກັນເອງ, ສະດວກ, ວ່ອງໄວ, ຈະແຈ້ງທຸກຂັ້ນຕອນຈາການບໍລິການຂອງພວກເຮົາ. ບັນຫາສຸຂະພາບຂອງທ່ານຈະຖືກບັນທຶກໄວ້ໃນລະບົບເຊີເວີຂອງພວກເຮົາຕະຫຼອດໄປ ເຮັດໃຫ້ທ່ານສາມາດຮູ້ປະຫວັດສຸຂະພາບຂອງທ່ານໄດ້ຢ່າງຕໍ່ເນື່ອງ.
-
ກວດອາການຊີວິດ -
ກວດພື້ນຖານພະຍາດທົ່ວໄປ -
ໂພຊະນາການ ແລະ ການເຕີບໂຕຂອງເດັກ -
ວາງແຜນຄອບຄົວ -
ຕິດຕາມການຖືພາ(ຝາກທ້ອງ) -
ກວດພື້ນຖານພະຍາດທົ່ວໄປໃນຜູ້ໃຫຍ່ ແລະ ເດັກນ້ອຍ -
ກວດທາງເອໂກ -
ກວດເລືອດ -
ກວດຍ່ຽວ -
ການພະຍາບານສຸກເສີນ -
ວາງຢາປີ່ນປົວ -
ໃຫ້ການປຶກສາ
ການບໍລິການຂອງພວກເຮົາມີ:
ທິມງານຂອງພວກເຮົາ:
-
ດຣ ເຊຍ ບົວປາວ ຈົບປະລິນຍາຕີວິທະຍາສາດການແພດປີ 2010 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຈົບປະລີນຍາໂທສາຂາພະຍາດເຂດຮ້ອນ ແລະ ລະບາດວິທະຍາປີ 2012 ທີ່ສະຖາບານພະຍາດເຂດຮ້ອນປະເທດລາວ ແລະ ຈົບປະລິນຍາໂທສາຂາລະບາດວິທະຍາ ແລະ ແມ່ກາຝາກປີ2013 ທີ່ລີໂມ ປະເທດຝຼັງ, ມີປະສົບການການເຮັດວຽກງານອານາໄມ ແລະ ສົ່ງເສີມສູຂະພາບໂດຍສະເພາະແມ່ນ ແມ່ ແລະ ເດັກ.
-
ດຣ ເກົ້າກື ໄຊເຫຼັງ ຈົບປະລິນຍາຕີວິທະຍາສາດການແພດປີ 2008 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຈົບຫຼັງມະຫາລົງເລິກວາງຢາສະຫຼົບ-ຟື້ນຟູຊີບ ແລະ ການແພດສຸກເສີນປີ 2015 ທີ່ຄະນະຫຼັງມະຫາຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ. ເປັນທ່ານໝໍປີ່ນປົວທົ່ວໄປທີ່ມີປະສົບການມາແລ້ວ 15 ປີ ທີ່ໂຮງໝໍເມືອງວັງວຽງ ແຂວງວຽງຈັນ ປະເທດລາວ.