ຍີນດີຕ້ອນຮັບສູ່ຄຣີນິກຂອງ ດຣ ເຊຍ ບົວປາວ.

ຢາກມີສຸຂະພາບດີ - ຊີວິດຍືນຍາວຕ້ອງ:

  ຮູ້ຮັກສາສຸຂະພາບເປັນປະຈໍາ

  ການຕິດຕາມສຸຂະພາບເປັນປະຈໍາ

  ກວດພະຍາດ ແລະ ໃຫ້ການປີ່ນປົວແຕ່ເບື້ອງຕົ້ນຫາກມີການເຈັບ.

ຢາກໄດ້ຄໍາປຶກສາ ສາມາດນັດພົບທ່ານໝໍໄດ້:

hero banner

ກ່ຽວກັບພວກເຮົາ

ພວກເຮົາຫ່ວງໃຍສຸຂະພາບທ່ານ, ໃສ່ໃຈໃຫ້ການບໍລິການດ້ວຍຄວາມຮູ້ທາງການແພດທີ່ມີປະສົບການ, ດ້ວຍວິທະຍາສາດ ແລະ ເຕັກນິກການແພດທັນສະໄໝທີ່ໄດ້ມາດຕະຖານ. ທ່ານຈະໄດ້ຮັບການບໍລິການທີ່ເປັນກັນເອງ, ສະດວກ, ວ່ອງໄວ, ຈະແຈ້ງທຸກຂັ້ນຕອນຈາການບໍລິການຂອງພວກເຮົາ. ບັນຫາສຸຂະພາບຂອງທ່ານຈະຖືກບັນທຶກໄວ້ໃນລະບົບເຊີເວີຂອງພວກເຮົາຕະຫຼອດໄປ ເຮັດໃຫ້ທ່ານສາມາດຮູ້ປະຫວັດສຸຂະພາບຂອງທ່ານໄດ້ຢ່າງຕໍ່ເນື່ອງ.

  • ກວດອາການຊີວິດ
  • ກວດພື້ນຖານພະຍາດທົ່ວໄປ
  • ໂພຊະນາການ ແລະ ການເຕີບໂຕຂອງເດັກ
  • ວາງແຜນຄອບຄົວ
  • ຕິດຕາມການຖືພາ(ຝາກທ້ອງ)
  • ກວດພື້ນຖານພະຍາດທົ່ວໄປໃນຜູ້ໃຫຍ່ ແລະ ເດັກນ້ອຍ
  • ກວດທາງເອໂກ
  • ກວດເລືອດ
  • ກວດຍ່ຽວ
  • ການພະຍາບານສຸກເສີນ
  • ວາງຢາປີ່ນປົວ
  • ໃຫ້ການປຶກສາ

ການບໍລິການຂອງພວກເຮົາມີ:

  • ຊັ່ງນໍ້າໜັກ
  • ແທກຄວາມດັນເລືອດ
  • ແທກກຳມະຈອນ
  • ແທກອຸນນະພູມ
  • ແທກອົກຊີໃນເລືອດ
  • ຄິດໄລ່ນໍ້າໜັກມາດຕະຖານ
  • ພະຍາດຫູ,ຕາ, ດັງ ແລະ ຄໍ
  • ພະຍາດລະບົບຫາຍໃຈ
  • ພະຍາດລະບົບຫົວໃຈ ແລະ ເສັ້ນເລືອດ
  • ພະຍາດກະເພາະລຳໄສ້
  • ພະຍາດລະບົບທາງເດີນນໍ້າຍ່ຽວ
  • ພະຍາດຍີງ ແລະ ພະຍາດຕິດຕໍ່ທາງເພດສຳພັນ
  • ພະຍາດຜີວໜັງ ແລະ ການອັກເສບຕ່າງໆ
  • ພະຍາດຊືມເຊື້ອຕ່າງໆ
  • ການກະທົບຕ່າງໆ
  • ໃຫ້ຄໍາປຶກສາ ແລະ ວາງແຜນຄອບຄົວ
  • ຜົ້ງທ້ອງເບີ່ງ : ຕັບ, ຖົງບີ, ມ້າມ, ປ້າງ, ໄຂ່ຫຼັງ
  • ທ້ອງນ້ອຍເບີ່ງ: ພົກຍ່ຽວ, ມົດລູກ ແລະ ຮັງໄຂ່
  • ເບີ່ງການຖືພາ
  • ເບີ່ງເຕົ້ານົມ
  • ເບີ່ງກ້ອນຕ່າງໆ
  • ກວດຕຳລາເລືອດ
  • ກວດໝວດເລືອດ
  • ກວດເລືອດເຄມີ
  • ກວດທາດນໍ້າຕານ
  • ກວດທາດໄຂມັນລວມ
  • ກວດໄຂມັນໜ້ກ
  • ກວດທາດການຊີໃນເລືອດ
  • ກວດທາດອາຊິດຢູລິກ(ທາດປະດົງຂໍ່)
  • ກວດໜ້າທີ່ການຕັບ ແລະ ບີ
  • ກວດໜ້າທີ່ການໄຂ່ຫຼັງ
  • ກວດເລືອດຊອກຫາເຊື້ອສະເພາະແບບໄວ
  • ການຊືມເຊື້ອໃນກະເພາະ ແລະ ໃສ້ອ່ອນທ່ອນຕົ້ນ
  • ອັກເສບຕັບ A, B, C
  • ພະຍາດໄຂ້ເລືອດອອກ
  • ພະຍາດໄຂ້ແມງແດງ
  • ພະຍາດໄຂທໍລະພິດ
  • ກວດຫາເຊື້ອຊີນຟີລິກ
  • ກວດ HIV
  • ກວດພະຍາດໜອງໃນແທ້
  • ກວດຫາພະຍາດໜອງໃນທຽມ
  • ກວດໄຂ່ຕົກ
  • ກວດຫາເຊື້ອມະເຮັງເຕົ້ານົມ
  • ກວດຫາມະເຮັງຕັບ
  • ກວດຫາມະເຮັງຕັບ
  • ກວດຊອກຫາຄວາມຜິດປົກກະຕິຂອງຈຸລັງປາກມົດລູກ
  • ກວດຖືພາ
  • ກວດທາດໄຂ່ຂາວໃນນໍ້າຍ່ຽວ
  • PH
  • Urobilinogene
  • Bilirubin
  • Ketone
  • Density
  • Blood
  • Nitrte
  • Leucocytes
  • Acid Ascobic
  • ສັກຢາ
  • ດົມອົກຊີ
  • ຮົມຢາ
  • ລ້າງບາດ
  • ຫຍິບບາດ
  • ເຈາະລະບາຍຕ່າງໆ
  • ສັກຢາກັນວໍ້ຈາກສັດກັດ
  • ສັກຢາກັນບາດທະຍັກ(ເຕຕານົດ)ຈາກຖືກກະທົບ, ຖືກແທງ, ຢຽບຕະປູ...
  • ໃນພະຍາດທີ່ບົ່ງມະຕິໄດ້
  • ປີ່ນປົວຕາມອາການ
  • ເລື່ອງພະຍາດ
  • ເລື່ອງສຸຂະພາບ
  • ແນະນຳທິດທາງກວດບົ່ງມະຕິພະຍາດ ແລະ ປີ່ນປົວ

  • ທິມງານຂອງພວກເຮົາ:

    •   ດຣ ເຊຍ ບົວປາວ

      ຈົບປະລິນຍາຕີວິທະຍາສາດການແພດປີ 2010 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຈົບປະລີນຍາໂທສາຂາພະຍາດເຂດຮ້ອນ ແລະ ລະບາດວິທະຍາປີ 2012 ທີ່ສະຖາບານພະຍາດເຂດຮ້ອນປະເທດລາວ ແລະ ຈົບປະລິນຍາໂທສາຂາລະບາດວິທະຍາ ແລະ ແມ່ກາຝາກປີ2013 ທີ່ລີໂມ ປະເທດຝຼັງ, ມີປະສົບການການເຮັດວຽກງານອານາໄມ ແລະ ສົ່ງເສີມສູຂະພາບໂດຍສະເພາະແມ່ນ ແມ່ ແລະ ເດັກ.

    •   ດຣ ເກົ້າກື ໄຊເຫຼັງ

      ຈົບປະລິນຍາຕີວິທະຍາສາດການແພດປີ 2008 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຈົບຫຼັງມະຫາລົງເລິກວາງຢາສະຫຼົບ-ຟື້ນຟູຊີບ ແລະ ການແພດສຸກເສີນປີ 2015 ທີ່ຄະນະຫຼັງມະຫາຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ. ເປັນທ່ານໝໍປີ່ນປົວທົ່ວໄປທີ່ມີປະສົບການມາແລ້ວ 15 ປີ ທີ່ໂຮງໝໍເມືອງວັງວຽງ ແຂວງວຽງຈັນ ປະເທດລາວ.